Рет қаралды 121,336
-
-
ເພງ ຈັນແຕ້ສາວໄຕດຳ
ແຕ່ງໂດຍ : ອ.ຈ ພົມມີ ພົມມາ
ສິນລະປິນ : ເມຢູ່ນາ
ຮຽບຮຽງ : ເທິຢູ່ນາ
ເນື້ອເພງ
ງາມເດຍາມເມື່ອໄດ້ມາ ເຫັນສາວຕໍ່າຜ້າໄຕດຳງາມຫຼາຍ
ນ້ອງຕໍ່າຜ້າໄໝ ງາມວິໄລໃຈເຈົ້າສຸກສັນ
ເຖິງໄໝເສັ້ນນ້ອຍ ນ້ອງຊ່າງສອດຊ້ອຍຕໍ່າຜ້າລາຍພັນ
ໂອ່ຈັນໆ ງາມນ້ອງນັ້ນຫຍັບຍ້າຍໄກວແຂນ
ງາມເດ ຍາມນ້ອງພັດຟືມ
ນ້ອງຢືນເຮັດວຽກຫ້າວຫັນ ທັງແຂ່ງຂັນສ້າງສາຜົນງານ
ດ້ວຍຈິດໃຈເບີກບານ ພ້ອມພຽງກັນໄຕດຳກ້າວໄປ
ເອົາໃຈໃສ່ ຕໍ່າແຜ່ນໃຫ້ໄດ້ລາຍເດັ່ນດີ
ງາມເດ ສາວໄຕດຳເຮົາໜາ
ເຈົ້າຊ່າງວາຈາ ຊຶ້ງດັ່ງສຽງເພງ
ແສງຈັນວັນເພັງ ເປັ່ງແສງມາພາເຈົ້າສົດໃສ
ນ້ອງພ້ອມກັນຕໍ່າຜ້າໄໝ ລົມພັດແກວ່ງແກວສຽງແຄນແວ່ວມາ
ໂອ່ຈັນທຣາ ສາວໄຕດຳຕໍ່າຜ້າແພງາມ
-------------------------------------------------
UNA STUDIO SOLE CO.,LTD.
ບໍລິສັດ ຢູ່ນາສະຕູດິໂອ ຈຳກັດຜູ້ດຽວ (ສື່ໂຄສະນາ ແລະ ການບັນເທີງ)
Contact us : +8562097966777, Email : unastudio.co.ltd@gmail.com
Head Office 001/09E, Nabor, Sepon, Savannakhet province, Laos
-------------------------------------------------
#เมอยู่นา #สาวไตดำต่ำแผ่น #mayuna