Рет қаралды 523,443
-
-
ເພງ ສາວນາກຸດຈານ
ແຕ່ງໂດຍ : ອ.ຈ ດອກເພັກ ແດນຈຳພອນ
ສິນລະປິນ : ສິລິພອນ ສີປະເສີດ
ຮຽບຮຽງ : ເທິຢູ່ນາ | ຖ່າຍທຳ ຕັດຕໍ່ : ເທິຢູ່ນາ
ເນື້ອເພງ
ຍາມເມື່ອຝົນຕົກຫົ້ງ ຫຼຽວລົງທົ່ງຕົ້ນເຂົ້າໃບຂຽວ
ໃນຫົວໃຈນ້ອງປ່ຽວ ຢູ່ຜູ້ດຽວໃຈຄ້ອຍໃຈງ່ຽງ
ສາວນາກຸດຈານຈາກບ້ານ ຈາກຖິ່ນຖານມາຢູ່ເມືອງວຽງ
ຄິດຮອດບ່າວບ້ານກັນເອງ ມີຄູ່ຄຽງແລ້ວບໍ່ຄົນດີ
ຂ່າວບ້ານເຮົາປີນີ້ ຢູ່ກິນດີກວ່າເກົ່າກວ່າຫຼັງ
ໄຟຟ້າເຮືອງກະຈ່າງ ໄດ້ສາຍທາງລົດລາງຂັບຂີ່
ນ້ອງຄິດຢາກເມືອຢ້ຽມ ອ້າຍຈົ່ງຕຽມຖ້າເດີ້ຄົນດີ
ເມືອງອາດສະພອນແຫ່ງນີ້ ຮ້ອຍວັນພັນປີບໍ່ລືມດອກໜາ
ຟ້າຮ້ອງຮໍ່າ ຝົນກະໜໍ່າໂຄມຄາງ
ນ້ອງນ້ຳຕາຫຼັ່ງ ຄິດເຖິງຄັ້ງເຮົາເຄີຍສັນຍາ
ໄປບໍ່ນານຈະໂຄ້ງ ໃຈອານົງບໍ່ດຳດອກໜາ
ຄິດຮອດພໍ່ແມ່ອາວອາ ຄິດຮອດນາທີ່ເຄີຍໄຖດຳ
ນ້ອງຍັງເປັນຄົນເກົ່າ ບໍ່ໝາຍເອົາຫວ້ານປ່າມາຊົມ
ຍັງຊິຄືນເມືອດົມ ດອກກະຈຽວແຄມບ້ານເຮົານຳ
ຍັງເປັນກາຢູ່ອ້າຍ ນ້ອງຍັງໝາຍງອຍໄມ້ຕົ້ນຕໍ່າ
ສາວນາກຸດຈານຍັງຈຳ ບໍ່ເຄຍລືມຄຳສັນຍາເດີ້ຊາຍ
------------------------------------------------
UNA STUDIO SOLE CO.,LTD.
ບໍລິສັດ ຢູ່ນາສະຕູດິໂອ ຈຳກັດຜູ້ດຽວ (ສື່ໂຄສະນາ ແລະ ການບັນເທີງ)
Contact us : +8562097966777, Email : unastudio.co.ltd@gmail.com
Head Office 001/09E, Nabor, Sepon, Savannakhet province, Laos
-------------------------------------------------
#ສິລິພອນ #ເພງລາວ #สิลิพอน